# ໃນວັນທີ 23 ທັນວາ 2020 #
ຄະນະໂຄສະນາອົບຮົມແຂວງ ແຂວງໄຊຍະບູລີ ຮ່ວມກັບກົມອົບຮົມຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ໄດ້ສົບທົບກັບອົງການປົກເມືອເງີນ ພິທີ ເປີດຊຸດອົບຮົມໃຫ້ເຈົ້າ ກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ຢູ່ຫ້ອງປະຊຸມໃຫຍ່ ເມືອງເງິນ ເປັນກຽດເຂົ້າຮ່ວມ ແລະ ເປັນທານໂດຍ ທ່ານ ສີທະນົນໄຊ ທອງເທພາ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆເມືອງເງີນ, ມີທ່ານ ຄຳກອງ ທຳມະເທວາ ຮອງຫົວໜ້າກົມອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ວັນວັນນາ ພົມວິສອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ພ້ອມດ້ວຍທິມງານຂອງສູນກາງ, ຂອງແຂວງ, ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ແລະ ບັນດານັກສຳມະນາກອນ, ຕ່າງໜ້າ ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ອອ້ມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ສີທະນົນໄຊ ທອງເທພາ ຄະນະປະຈຳພັກເມືອງ,ຮອງເຈົ້າ ເມືອງເງີນໄດ້ກ່າວເປີດຊຸດອົບຮົມໃຫ້ເຈົ້າ ກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວການຝືກອົບຮົມຄັ້ງນີ້ໃຊ້ເວລາ 1 ວັນເຕັມ ມີນັກສຳມະນາກອນ ທີ່ຕ່າງໜ້າຈາກ 4 ເຜົ່າເຂົ້າຮ່ວມ 52 ທ່ານ, ຍິງ1 ທ່ານ ຈຸດປະສົງເພື່ອແນໃສ່ສຶກສາອົບຮົມ ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໜາຍ ຂອງແຕ່ລະໄລຍະເພື່ອເປັນຕົວແທນໃຫ້ພັກ - ລັດ ໃນການນໍາພາປະຊາຊົນບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ແລະ ມີຄວາມສາມັກຄີຮັກແພງ, ມີຄວາມສະເໝີພາບຂອງປະຊາຊົນລາວ ບັນດາເຜົ່າ ເຄື່ອນໄຫວຖືກຕ້ອງກັບແນວທາງນະໂຍບາຍ ແລະ ລະບຽບກົດໜາຍພັກ-ລັດ ແລະ ມູນເຊື້ອອັນດີງາມຂອງເຜົ່າ, ຂອງຊາດ ເຊິ່ງເມືອງຂອງພວກເຮົາ ພວມຫາກໍຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດຂອງຊາດ, ຂອງພັກ ຄື: ວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ກໍເປັນໄລຍະທີ່ພວກເຮົາພວມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ່ VII ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງໃຫ້ທົ່ວເຖິງ ແລະ ມີຜົນສໍາເລັດຢ່າງເປັນຮູບປະທໍາໄປເທື່ອລະກ້າວ,ພ້ອມນີ້ເພື່ອເປັນການສ້າງຂະບວນກາາຂໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແລະ ເຮັດໃຫ້ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້; ເວົ້າລວມ, ເວົ້າສະເພາະກໍຄືເມືອງເງິນຂອງພວກເຮົາ ຈະຕ້ອງໄດ້ຕັ້ງໜ້າເຊື່ອມຊຶມຮັບຮູ້ ແລະ ເປັນເອກະພາບກັບບັນດາແນວທາງນະໂຍບາຍມະຕິຄໍາສັ່ງຂອງພັກ-ລັດ ໃນແຕ່ລະໄລຍະ ແນໃສ່ເພື່ອທັບມ້າງທຸກກົນອຸບາຍຂອງພວກຄົນບໍ່ດີທີ່ຫັວງມ້າງເພທໍາລາຍຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ. ມ້າງເພທໍາລາຍພັກ-ລັດ ແລະ ພ້ອມກັນນັ້ນ ກໍຕ້ານທຸກປະກົດການຫຍໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນຢູ່ພາຍໃນສັງຄົມຂອງພວກເຮົາ ເພື່ອຮັບປະກັນຄວາມປອດໄພສະດວກສະບາຍໃນການທໍາມາຫາກິນຂອງປະຊາຊົນບັນດາເຜົ່າໄດ້ມີການພັດທະນາດີຂຶ້ນເປັນກ້າວໆ.
ຕອນທ້າຍ ທ່ານ ສີທະນົນໄຊ ທອງເທພາ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ, ຍັງໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມ ຊຸດອົບຮົມຄັ້ງນີ້ ພ້ອມກັນເຊື່ອມຊຶມ ແລະ ຮັບຮູ້ ມູນເຊື້ອອັນດີງາມຂອງປະຊາຊົນລາວ ບັນດາເຜົ່າຢູ່ປະເທດເຮົາ ໃນໄລຍະໃໝ່, ຮັບຮູ້ບົດບາດ ແລະ ໜ້າທີ່ຂອງເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ການເພີ່ມທະວີຄວາມສາມັກຄີ ແລະຄວາມສະເໜີພາບຂອງປວງຊົນລາວ ຮັບຮູ້ພາລະບົດບາດຂອງຜູ້ທີ່ເປັນຕົວແທນຂອງເຜົ່າ, ຕາງໜ້າເຜົ່າ ເພື່ອຈະນໍາເອົາແນວທາງຂອງພັກນໍາໄປຈັດຕັ້ງປະຕິບັດຕໍ່ປະຊາຊົນບັນດາເຜົ່າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຖືກຕ້ອງກັບຮີດຄອງປະເພນີອັນດີງາມຮັກສາມູນເຊື້ອຂອງເຜົ່າ ໂດຍສອດຄ່ອງກັບລະບຽບຂອງພັກກົດໝາຍຂອງລັດວາງອອກ.
ຂາ່ວ: ໄພວັນ ສີດານຸວົງ
ໃນຕອນເຊົ້າ ຂອງວັນທີ 13 ທັນວາ 2020; ຜ່ານມາ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີບັນດາທ່ານການນໍາທຸກພາກສ່ວນຂອງແຂວງ ແລະ ຂອງເມືອງໄຊຍະບູລີ ໄດ້ເຂົ້າຮ່ວມວາງກະຕ່າດອກໄມ້ ແລະ ທໍາບຸນຕັກບາດ ຢູ່ທີ່ອານຸສອນສະຖານ ປະທານໄກສອນ ພົມວິຫານ (ໜ້າຫ້ອງວ່າການແຂວງ) ເພື່ອລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ໃນພິທີດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ໄດ້ຂຶ້ນຜ່ານບົດສະດຸດດີ ເນື່ອງໃນໂອກາດລະນຶກວັນເກີດຂອງປະທານ ໄກສອນ ພົມວິຫານຄົບຮອບ 100 ປີ, ທ່ານໄດ້ກ່າວວ່າ: ນັບແຕ່ມື້ທີ່ ປະທານ ໄກສອນ ພົມວິຫານ ໄດ້ເຄື່ຶອນໄຫວປະຕິວັດ ຈົນຮອດມື້ທ້າຍຊີວິດ, ເພີ່ນໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ການສ້າງສາພັດທະນາປະເທດຊາດ, ກວ່າເຄິ່ງສະຕະວັດ ລ້ວນແຕ່ໄດ້ຮັບຄວາມເຄົາລົບຮັກຈາກທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໃນສະໄໝຕໍ່ສູ້ກູ້ຊາດໄດ້ຮ່ວມທຸກ, ຮ່ວມສຸກ, ຮ່ວມເປັນ, ຮ່ວມຕາຍກັບພະນັກງານ, ນັກຮົບ ແລະ ປະຊາຊົນຊັ້ນຄົນຕ່າງໆ, ເພີ່ນໄດ້ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ດ້ວຍນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອໄຊຊະນະຂອງພາລະກິດປະຕິວັດ, ມາໃນໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພີ່ນກໍໄດ້ສືບຕໍ່ອຸທິດຕົນສຸມທຸກກຳລັງ, ເຫື່ອແຮງ, ສະຕິປັນຍາ ເຂົ້າໃນການກໍ່ສ້າງບູລະນະລະບອບໃໝ່, ເຮັດໃຫ້ການປະຕິບັດ 2 ໜ້າທີ່ຍຸດທະສາດ ດໍາເນີນໄປຢ່າງໜັກແໜ້ນ, ປະເທດຊາດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການວາງກະຕ່າດອກໄມ້ ກໍ່ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ ຂອງທ່ານ ປະທານ ໄກສອນ ພົມວິຫານ ທີ່ມີນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ, ຍອມເສຍສະລະຊີວິດເລືອດເນື້ອເພື່ອພາລະກິດປະຕິວັດຢ່າງພິລະອາດຫານພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຊິ່ງຄຸນງາມຄວາມດີອັນໃຫຍ່ຫຼວງນັ້ນ ໄດ້ຖືກຈາລຶກໄວ້ໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເວົ້າລວມ, ເວົ້າສະເພາະກໍ່ຄືຊາວແຂວງ ໄຊຍະບູລີ ຕະຫຼອດຊົ່ວກາລະນານ.
ຈາກນັ້ນ; ການນໍາຂອງແຂວງ, ຂອງເມືອງໄຊຍະບູລີ ພ້ອມດ້ວຍອໍານາດການປົກຄອງບ້ານເທດສະບານເທດສະບານເມືອງໄຊຍະບູລີ ກໍ່ໄດ້ເຂົ້າຮ່ວມພິທີທໍາບຸນຕັກບາດ ຖວາຍພັດຕາອາຫານໃຫ້ແກ່ພະສົງ 13 ອົງ ເພື່່ອອຸທິດບຸນກູສົນໄປເຖິງດວງວິນຍານ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກທີ່ລ່ວງລັບໄປແລ້ວນັ້ນ.
ຂຽນໂດຍ: ພອນປະດິດ ກັນທະວົງ.
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ
ໂຄສະນາອົບຮົມແຂວງ ໄຊຍະບູລີ ປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2020
ໃນຕອນບ່າຍຂອງວັນທີ 14 ທັນວາ ປີນີ້ ຫ້ອງການ ໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈໍາປີ 2020 ຂຶ້ນ, ທີ່ຫ້ອງປະຊຸມຫ້ອງການ ແນວລາວສ້າງຊາດແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ, ມີ ທ່ານ ອາເມ ຊົງເຢ່ຍເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ມີໜ່ວຍປະຕິບັດງານຈາກພະແນກ ພາຍໃນແຂວງ ແລະ ພະນັກງານລັດຖະກອນພາຍໃນ ຫ້ອງການໂຄສະນາອົບຮົມເຂົ້າຮ່ວມ.
ໃນພິທີພາຍຫຼັງຄະນະໂຄສະນາອົບຮົມແຂວງ 4 ທ່ານຜ່ານໃບປະເມີນຜົນ ແລະ ໃຫ້ຄະແນນຕົນເອງແລ້ວ ທ່ານ ອາເມ ຊົງເຢ່ຍເລັ່ງ ກໍ່ໄດ້ຂຶ້ນຜ່ານຜົນການປະເມີນຜົນຂອງພະນັກງານລັດຖະກອນ ປະຈໍາປີ 2020 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຫ້ອງການ ຄະນະໂຄສະນາອົບຮົມແຂວງ ມີພະນັກງານທັງໝົດ 19 ຄົນ ຍິງ 8 ຄົນ, ຜ່ານມາແມ່ນໄດ້ນໍາພາພະນັກງານລັດຖະກອນ ເຊື່ອມຊືມເອກະສານກ່ຽວກັບການປະເມີນຜົນການປະຕິບັດວຽກງານ, ຈາກການເຊື່ອມຊຶມເອກະສານດັ່ງກ່າວ ກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບການປະເມີນປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ກະກຽມເອກະສານຕ່າງໆຢ່າງເປັນລະບົບຄົບຊຸດ ເຊິ່ງໄດ້ແບ່ງກຸ່ມປະເມີນເປັນ 3 ກຸ່ມຄື: ຄະນະໂຄສະນາອົບຮົມແຂວງ, ຂະແໜງຫ້ອງການບໍລິຫານ, ຂະແໜງໂຄສະນາ, ຂະແໜງອົບຮົມ ແລະ ຂະແໜງສັງລວມ, ໂດຍໄດ້ພ້ອມກັນປະເມີນ, ໃຫ້ຄະແນນຕົນເອງ ແລະ ໃຫ້ຄະແນນໝູ່ຄະນະ, ຜ່ານການປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ ສາມາດສະຫຼຸບຜົນໄດ້ຄື: ໄດ້ປະເພດ ດີຫຼາຍ 4 ຄົນ, ຍິງ 1 ຄົນ, ໄດ້ປະເພດດີ 15 ຄົນ, ຍິງ 7 ຄົນ, ໂອກາດດັ່ງກ່າວ ທ່ານ ດວງຕາ ໄຊວຸດ ກໍ່ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ການປະເມີນຜົນພະນັນງານຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະໂຄສະນາອົບຮົມແຂວງຈົ່ງເອົາໃຈໃສ່ ໃນການສືກສາອົບຮົມການເມືອງ-ແນວຄິດ ແລະ ຕັ້ງໜ້າເຊື່ອມຊຶມນິຕິກໍາຕ່າງໆໃຫ້ຫຼາຍ, ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການນໍາພາ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປືກແຜ່ນ, ພ້ອມທັງສືບຕໍ່ຮັກສາມູນເຊື້ອໃນບັ້ນປະເມີນຜົນຄັ້ງນີ້ໄວ້ ແລະ ສູ້ຊົນປະເມີນຜົນໃນປີ 2021 ໃຫ້ໄດ້ດີຂຶ້ນຕື່ມ.
ຂ່າວ-ພາບ: ໄພວັນ ສີດານຸວົງ
ຄະນະໂຄສະນາອົບຮົມແຂວງໄຊຍະບູລີ
# ແຂວງໄຊຍະບູລີ #
ໃນ ເດືອນ ທັນວາ 2020 ທີ່ຜ່ນມາ ອົງການປົກແຂວງໄຊຍະບູລີ ໄດ້ພິທີປາຖະກະຖາ ຢູ່ຫໍປະຊຸມໃຫຍ່ແຂວງ ພາຍໃຕ້ເປັນປະທານ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະຫາຍ ພົງສະຫັວນ ສິທະວົງ ກຳມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງໄຊຍະບູລີ ໄດ້ຮັບກຽດຢ່າງສູງຕ້ອນຮັບຕ້ອນຮັບສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມທັງເປັນປະທານຮ່ວມໃຫ້ກຽດຂຶ້ນປາຖະກະຖາ ເຂົ້າຮ່ວມພິທີໃນຄັ້ງນີ້ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານປະຕິວັດອາວຸໂສບໍານານ, ບັນດາເຈົ້າເມືອງ 11 ເມືອງ ໃນທົ່ວແຂວງ, ຫົວໜ້າ, ຮອງຫົວໜ້າພະ ແນກການ ອົງການ, ກົມກອງ, ນາຍທະຫານ-ນາຍຕໍາຫຼວດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ອົງການປົກຄອງເມືອງ ໄຊຍະບູລີ, ຫົວໜ້າຄະນະໂຄສະນາອົບຮົມເມືອງ 11 ເມືອງ ແລະ ນາຍບ້ານ, ຄະນະບ້ານອ້ອມຂ້າງເທດສະບານເມືອງ ຈໍານວນ 500 ກວ່າທ່ານ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ .
#ຄະນະໂຄສະນາອົບຮົມແຂວງໄຊຍະບູລີ#
ລົງຊຸກຍູ້ວຽກງານໂຄສະນາຢູ່ເມືອງປາກລາຍ
ວັນທີ 5 ພະຈິກ 2020 ນີ້, ທ່ານ ນາງ ວັນນາ ພົມວິສອນ ຮອງຫົວໜ້າຄະນະໂຄສະນາ-ອົບຮົມ ແຂວງ ໄຊຍະຍູບລີ,ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກນຳຄະນະໂຄສະນາອົບຮົມເມືອງປາກລາຍ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງປາກລາຍ
ໃຫ້ກຽດຕ້ອນຮັບໂດຍທ່ານ ບຸນໝັ້ນ ເສີມມາ,ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາ-ອົບຮົມ ເມືອງປາກລາຍ ພ້ອມດ້ວຍຄະນະ.ໃນໂອກາດນີ້ທ່ານ ບຸນໝັ້ນ ເສີມມາ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານໂຄສະນາ-ອົບຮົມຢູ່ເມືອງປາກລາຍໃນ 10 ຜ່ານມາ, ເຊິ່ງໄດ້ ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນວຽກງານສຶກສາອົບ ຮົມການເມືອງແນວຄິດ, ການເປີດຮຳ່ຮຽນສະໜັບສະໝູນໃຫ້ມະຫາຊົນໄດ້ 3 ຄັ້ງ ແລະ ອອກໃບຢັ້ງຢືນຮຽນສະນັບສະໜູນໃຫ້ມະຫາຊົນໄດ້ທັງໝົດ 81 ຄົນ, ຍິງ 36 ຄົນ,ການເຊື່ອມຊຶມບັນ ດາມະຕິຕ່າງໆຂອງພັກ-ລັດ ແລະວຽກ ງານການຈັດຕັ້ງປາຖະກະຖາ, ໄດ້ຈັດຕັ້ງພິທີປາຖະກະຖາວັນສໍາຄັນຂອງຊາດ, ຂອງພັກ, ຂອງທ່ານຜູ້ນໍາ ແລະ ຂອງສາກົນໄດ້ 4 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 824 ທ່ານ, ຍິງ 300 ທ່ານ, ສະມາຊິກພັກ 417 ສະຫາຍ, ຍິງ 151 ສະຫາຍ ແລະ ວຽກງານອື່ນໆທີ່ປິ່ນ ອ້ອມຫນ້າທີ່ວຽກງານຕົວຈິງ ຂອງຫ້ອງການ.
ໂອກາດນີ້ ທ່ານ ນາງ ວັນນາ ພົມວິສອນ ຮອງຫົວໜ້າຄະນະໂຄສະນາ-ອົບຮົມ ແຂວງ ໄຊຍະບູລີກໍ່ໄດ້ໂອ້ລົມພ້ອມທັງໄດ້ຮຽກຮ້ອງມາຍັງຄະນະພັກ,ສະມາຊິກພັກ ແລະ ພະນັກງານເອົາ ໃຈໃສ່ສືບຕໍ່ສຶກສາອົບຮົມການ ເມືອງນຳພາແນວຄິດເປັນກົກ, ໂຄສະນາເຜີຍແຜ່ແນວທາງຂອງ ພັກ-ລັດ, ຮໍ່າຮຽນມູນເຊື້ອຕ່າງໆ ຂອງຊາດ, ຂອງພັກ, ເພື່ອເຮັດໃຫ້ພະນັກງານ-ລັດຖະກອນເຂົ້າໃຈ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ມີແນວຄິດຫຼັກໝັ້ນ ຊົນຊັ້ນ, ມີສະຕິລະວັງຕົວ, ມີນ້ຳໃຈ ຮັກຊາດ, ຮັກລະບອບໃໝ່, ຈຳ ແນກໄດ້ມິດສັດຕູ, ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ ບຸກບືນຫ້າວຫັນເຮັດສຳເລັດໜ້າ ທີ່ການຈັດຕັ້ງມອບໝາຍໃຫ້ ທ່ານ ຍັງໄດ້ ເໜັ້ນໜັກບາງບັນຫາ, ພ້ອມທັງຮຽກຮ້ອງມາຍັງພະນັກງານພາຍ ໃນຄະນະໂຄສະນາອົບຮົມເມືອງ ໃຫ້ເອົາໃຈໃສ່ ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທໍາປະຕິວັດໃຫ້ ກາຍເປັນພະນັກງານດີເດັ່ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ ຈາກຄະນະພັກ, ກໍຄືຂັ້ນເທິງຢ່າງ ເປັນເຈົ້າການ.ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ, ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ມູນເຊື້ອ ຂອງຊາດ-ຂອງພັກ, ເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດລົງສູ່ຮາກຖານປະຊາຊົນບັນດາເຜົ່າ. ພ້ອມທັງສຶກສາອົບຮົມ ບັນດາເປົ້າ ໝາຍ, ອົບຮົມຄວາມຮູ້ພື້ນຖານການເມືອງ ໃຫ້ສະມາຊິກພັກ, ເລຂາພັກບ້ານ, ສັງລວມເກັບກໍາສະພາບແນວຄິດ-ຫາງສຽງ ສັງຄົມ ເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງຢ່າງທັນການ ແລະ ໄດ້ວາງທິດທາງຄາດໝາຍສູ້ຊົນໃນ ປີ 2021
ໂດຍ:ໄພວັນ ສີດານຸວົງ
![]() | ມື້ນີ້ | 20 |
![]() | ມື້ວານນີ້ | 69 |
![]() | ອາທິດນີ້ | 8 |
![]() | ເດືອນນີ້ | 1340 |
![]() | ທັງໝົດ | 90461 |
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌