ຄະນະໂຄສະນາອົບຮົມແຂວງໄຊຍະບູລີ
--------------
ຕອນເຊົ້າຂອງ ວັນທີ 15 ກັນຍາ 2021 ທີຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໜ່ວຍສະຫະພັນແມ່ຍິງຈັດກອງປະຊຸມ ໂດຍເປັນປະທານ ທ່ານ ນາງ ບົວໄຍ ວິໄລພອນ ປະທານສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ, ມີສະມາຊິກແມ່ຍິງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ນາງ ບົວໄຍ ວິໄລພອນ ປະທານແມ່ຍິງ ໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 633/ສສຍບ, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ແຈ້ງການຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະບັບເລກທີ 560/ສສຍຂ, ລົງວັນທີ 28/5/2021 ກ່ຽວກັບການສະຫຼຸບການເຄື່ອນໄຫວວຽກງານກວດກາຂອງສະຫະພັນແມ່ຍິງ ກະຊວງ - ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມກັນນັ້ນ ກໍໄດ້ສະຫຼຸບ ຕີລາຄາຜົນສຳເລັດໃນການເຄື່ອນໄຫວກວດກາຂໍ້ແຂ່ງຂັນ 3 ດີ, ໄລຍະ 9 ເດືອນຜ່ານມາ ມີດັ່ງນີ້: ເປັນພົນລະເມືອງດີ 9 ສະຫາຍ, ພັດທະນາດີ 9 ສະຫາຍ, ສ້າງຄອບຄົວດີ 9 ສະຫາຍ ປະເພດສະມາຊິກໄດ້ປເພດ (ແຂງ), ດ້ານທິດທາງ 3 ເດືອນທ້າຍປີ2021ແມ່ນຈະໄດ້ຖອດຖອນບົດຮຽນ ກັບບັດາໜ່ວຍສະຫະພັນແມ່ຍິງແຂວງ, ຮາກຖານກໍາມະບານ ຄອຂ, ແລະ ໜ່ວຍຊາວໜຸ່ມ ຄອຂ ດ້ວຍກັນເພາະວ່າອົງການຈັດຕັ້ງມະຫາຊົນແມ່ນ ໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີຂອງຕົນ.
ຕອນທ້າຍກອງປະຊຸມ ປະທານກໍໄດເນັ້ນໃຫ້ສະມາຊິກພາຍໃນໜ່ວຍແມ່ຍິງຂອງຄະນະໂຄສະນາອົບຮົມແຂວງສືບຕໍ່ສຶກສາອົບຮົມການເມືອງ - ແນວຄິດເຂົ້າຮ່ວມເຊື່ອມຊືມແນວທາງຂອງພັກ-ລັດ ແລະ ເອກະສານອື່ນໆ ທີ່ຂັ້ນເທິງຈັດຕັ້ງຈັດຂຶ້ນໃນແຕ່ລະໄລຍະ ແລະ ຕັ້ງໜ້າເຄື່ອນໄຫວ ຕາມພາລະບົດບາດ ໃຫ້ເປັນປົກກະຕິ ໃຫ້ໄດ້ຮັບຜົນດີ.
ຂ່າວ: ໄພວັນ ສີດານຸວົງ ຄອຂ.ຊຍ
![]() | ມື້ນີ້ | 30 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 779 |
![]() | ເດືອນນີ້ | 3810 |
![]() | ທັງໝົດ | 151935 |