ໃນຕອນເຊົ້າຂອງວັນທີ 22 ຕຸລາ 2021 ຜ່ານມານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ ໄດ້ຈັດກອງປະຊຸມ ເຊື່ອມຊຶມມະຕິຄໍາສັ່ງຂອງພັກ ແລະ ລັດຖະບານໃຫ້ສະມາຊິພັກ ພະນັກງານ ,ເອກະສານທີ່ນໍຳມາເຜີຍແຜ່ ໃນຄັ້ງນີ້ມີຄື:
1 ມະຕິເລກທີ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍການເຜີ້ມທະວີການນໍຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງແລະເລີກເຊີ່ງວຽກງານພະນັກງານ ແລະ ຄໍຳແນະນໍຳເລກທີ 436/ ຄພຂ.ຊຍ . ລົງວັນທີ 8 ຕຸລາ 2021. ວ່າດ້ວຍການຜັນຂະຫຍາຍຄໍຳສັ່ງເລກທີ 01 /ກມສພ ກ່ຽວກັບການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງີນ.
2 ຄໍຳສັ່ງເລກທີ 190/ ຄລສພ, ລົງວັນທີ 29 / 9 / 2021 ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການແລະທ້ອງຖິ່ນ. ແລະ ມະຕິ 07/ ລບ,ລົງວັນທີ 04 / 10 /2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ.
3 ຄໍຳສັ່ງເລທີ 18/ ນຍ , ລົງວັນທີ 16 / 9 /2021 ວ່າດ້ວຍການເຜີ້້ມທະວີຄຸ້ມຄອງແລະຕ້ານການຮົ້ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ດໍຳລັດ ເລກທີ 599/ລບ , ລົງວັນທີ 29 / 9 / 2021. ວ່າດ້ວຍລົດຂອງລັດ.
4 ຄໍຳແນະນໍຳ ເລກທີ 443/ຄພຂ.ຊຍ ລົງວັນທີ 12 ຕຸລາ 2021 ວ່າດ້ວຍການຜັນຂະຫຍາຍຄໍຳສັ່ງເລກທີ 02 / ກມສພ. ກ່ຽວກັບການເຜີ້ມທະວີການນໍຳພາຊີ້ນໍຳຂອງຄະນະພັກແຕ່ລະຂັ້ນສູ່ການສະກັດກັ້ນແລະແກ້ໄຂ ບັນຫາຢາເສບຕິດຢູ່ພາຍໃນແຂວງ ໄຊຍະບູລີ.
ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ສົມພອນ ໄຊດວງຕາກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໆ ທົ່ງມີໄຊ , ເຂົ້່ຮ່ວມຮັບຟັງໃນຄັ້ງນີ້ມີບັນດາ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ກຳມະການພັກເມືອງ,ຫົວໜ້າຫ້ອງການ ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ອອມຂ້າງເມືອງເຂົ້າຮ່ວມ .
ໂອກາດດັ່ງກ່າວທ່ານເຈົ້າເມືອງ ໆ ທົ່ງມີໄຊ ກໍໄດ້ຮຽກຮ້ອງໃຫ້ການນໍຳທຸກພາກສ່ວນ ຈົ່ງນໍຳເອົາເນື້ອໃນຈິດໃຈຂອງບັນດາມະຕິ, ຄໍາສັ່ງທີ່ໃດ້ເຊື່ອມຊຶມໃນຄັ້ງນີ້ໄປເຜີແຜໃຫ້ສະມາຊິກພັກ,ພະນັກງານ ພາຍໃນຫ້ອງການ ອົງການ ກົມກອງ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນເອງ. ກອງປະຊຸ່ມໄດ້ດໍຳເນີນມາຮອດເວລາ 11 :30 ນາທີ ແລະ ໄດ້ສໍາເລັດລົງຢ່າງເປັນທາງການ. ເຊີ່ງຜູ້ເຂົ້າຮ່ວມຮັບຟັງທັງໝົດ 54 ຄົນ ຍີງ 10 ຄົນ,
ຂຽນໂດຍ: ຄະນະໂຄສະນາອົບຮົມເມືອງ ທົ່ງມີໄຊ
![]() | ມື້ນີ້ | 32 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 781 |
![]() | ເດືອນນີ້ | 3812 |
![]() | ທັງໝົດ | 151937 |