ແຂວງ ໄຊຍະບູລີ ຈັດກອງປະຊຸມ
ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາປີ 2021
ກອງປະຊຸມ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຂັ້ນແຂວງ ປະຈໍາປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ທັນວາ 2021 ນີ້ທີ່ສະໂມສອນ ຫ້ອງວ່າການແຂວງ ໄຊຍະບູລີ, ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັັັັັັັັັັັັັັັັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີກໍາມະການປະຈໍາພັກ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ລັດວິສາຫະກິດອ້ອມຂ້າງແຂວງ ແລະ ການນໍາ 11 ເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອເຮັດໃຫ້ບັນດາສະຫາຍໄດ້ ເຊື່ອມຊຶມ ແລະ ຍົກລະດັບຄວາມຮູ້ພື້ນຖານກ່ຽວກັບວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານຕິດຕາມ, ເກັບກໍາ ສະພາບແນວຄິດ-ຫາງສຽງສັງຄົມນັບທັງດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ທີ່ເກີດຂຶ້ນຜ່ານມາ ແລະ ພວມຈະເກີດຢູ່ໃນກົມກອງ ທ້ອງຖິ່ນ ເຊິ່ງເປັນວຽກທີ່ລະອຽດອ່ອນ ໃນການນຳພາຕິດຕາມ, ເກັບກຳ ແລະ ແກ້ໄຂໃຫ້ຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກອງປະຊຸມດັ່ງກ່າວຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄໍາຄິດ-ຄໍາເຫັນ ໃສ່ເນື້ອໃນສໍາຄັນຕົ້ນຕໍຄື: ໄດ້ຄົ້ນຄວ້າ, ເຊື່ອມຊຶມ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ.ລົງວັນທີ 10 ກໍລະກົດ 2017 ວ່າດ້ວຍການເພີ່ມທະວີວຽກງານ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ຄໍາສັ່ງແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 665/ຄພຂ.ຊຍ, ລົງວັນທີ 20 ທັນວາ 2017 ວ່າດ້ວຍການເພີ້ມທະວີວຽກງານຕິດຕາມ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ຂໍ້ກໍານົດ ຂອງຄະນະໂຄສະນາອົບຮົມສູນກາງພັກ ເລກທີ 133/ຄອສພ, ລົງວັນທີ 16 ພຶດສະພາ 2018 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງເພື່ອນຮ່ວມງານ ເກັບກໍາຫາງສຽງສັງຄົມ, ສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2021 ແລະ ທິດທາງແຜນການປີ 2022.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933
![]() | ມື້ນີ້ | 22 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 771 |
![]() | ເດືອນນີ້ | 3802 |
![]() | ທັງໝົດ | 151927 |