ເມືອງທົ່ງມີໄຊ ແຂວງໄຊຍະບູລີ ເລົ່າຄືນມູນເຊື້ອ 6 ວັນປະຫວັດສາດ ຂອງຊາດ, ຂອງພັກ
ໃນຕອນເຊົ້າຂອງວັນທີ 19 ຕຸລາ 2021 ທີ່ຫໍປະຊຸມໃຫຍ່ຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 6 ວັນປະຫວັດສາດຂອງຊາດຂອງພັກຂຶ້ນເຊັນ: ວັນປະກາດເອກະລາດ ຄົບຮອບ 76 ປີ (12 ຕຸລາ 1945), ວັນສ້າງຕັ້ງການທູດລາວ ຄົບຮອບ 76 ປີ (12.10.1945 -12.10.2021 ), ວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ (12 ຕຸລາ 1987-12 ຕຸລາ 2021), ວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 27 ປີ (7 ຕຸລາ 1994-7 ຕຸລາ 2021, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ 17 ຕຸລາ 1987 ແລະ 17-24 ຕຸລາ 2003 ແລະ ວັນຊາດ ສປ ຈີນ ຄົບຮອບ 72 ປີ ( 1.10.1949 – 1.10.2021, ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາ ໂດຍ ທ່ານ ສົມພອນ ໄຊດວງຕາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທົ່ງມີໄຊ
ເຂົ້າຮ່ວມຮັບຟັງການເລົ່າຄືນມູນເຊື້ອຄັ້ງນີ້ມີ: , ມີບັນດາຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການຈຳນວນ ເຂົ້າຮ່ວມ 193 ຄົນ, 52 ຄົນ ເຊິ່ງທ່ານໄດ້ສັງລວມເອົາບັນດາເນື້ອໃນຂອງ 6 ວັນດັ່ງກ່າວ, ໂດຍໄດ້ລົງເລົ່າຄືນມູນເຊື້ອ ຂະບວນການຕໍ່ຂອງເຈົ້າຟ້າປັດໃຈ, ອົງແກ້ວ, ອົງກົມມະດໍາ, ຂະບວນການຕໍ່ສູ້ຂອງນາຍຄູຄໍາ ແລະ ຂະວບນການຕໍ່ສູ້ຂອງບັນພະບູລຸດຫຼາຍໆທ່ານທີ່ມີຈິດໃຈຮັກຊາດໃນທົ່ວປະເທດ, ເພື່ອຍາດເອົາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວມຈົນເຖິງປະຈຸບັນ, ໂອກາດດັ່ງກ່າວ ທ່ານ ເຈົ້າເມືອງໆເມືອງທົ່ມີໄຊ ກໍ່ໄດ້ຮຽກຮ້ອງໃຫ້ການນໍາທຸກພາກສ່ວນຈົ່ງນໍາເອົາເນື້ອໃນຈິດໃຈ ແລະ ເອກະສານຄັ້ງນີ້ໄປເຜີຍແຜ່ໃຫ້ພະນັກງານພາຍໃນ ຫ້ອງການ, ກົມກອງ ຂອງຕົນເອງໃຫ້ຖົ່ວເຖິງ.
ຂຽນໂດຍ: ໄພວັນ ສີດານຸວົງ ຄອຂ.ຊຍ
![]() | ມື້ນີ້ | 35 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 784 |
![]() | ເດືອນນີ້ | 3815 |
![]() | ທັງໝົດ | 151940 |
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌