##ຄະນະໂຄສະນາອົບຮົມແຂວງໄຊຍະບູລີ##
----------------
ໃນຕອນເຊົ້າ ວັນທີ 20 ຕຸລາ 2021 ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ມີ ພິທີ ຈັດຕັ້ງຮໍ່າຮຽນເອກະສານ ອົບຮົມໃຫ້ສະຫາຊົນກ້າວໜ້າຈະຂະຫຍາຍເຂົ້າເປັນສະມາຊິກພັກ ສະເໜີໂດຍ ສະຫາຍ ສົມປະສົງ ໄຊຍະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານຂະແໜງອົບຮົມ ມີບັນດາພະນັກງານ-ລັດຖະກອນ, ທີ່ມາຈາກບັນດາພະແນກການ ແລະ ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ 10 ສະຫາຍ, ຍິງ 5 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ສົມປະສົງ ໄຊຍະລາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຍົກໃຫ້ເຫັນບັນດາເນຶ້ອໃນພຶ້ນຖານກ່ຽວກັບພັກປະຊນຊົນປະຕິວັດລາວ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ມີ 14 ໜວດ, 64 ມາດຕາ, ຈຸດປະສົງ ກໍເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສາມາຊິກພັກຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງຶ່ອນມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ .
ໃນຕອນທ້າຍຂອງການຈັດຕັ້ງເອກະສານອົບຮົມ ໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສາມາຊິກພັກໄດ້ມີພິທີມອບໃບຢັ້ງຢືນ ທີ່ໄດ້ເຂົ້າຮ່ວມ, ເຊິ່ງໃຫ້ກຽດມອບ ໂດຍ: ສະຫາຍ ສົມປະສົງ ໄຊຍະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ.
ຂຽນໂດຍ: ໄພວັນ ສີດານຸວົງ ຄອຂ.ຊຍ
![]() | ມື້ນີ້ | 27 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 776 |
![]() | ເດືອນນີ້ | 3807 |
![]() | ທັງໝົດ | 151932 |
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌