##ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງໄຊຍະບູລີ##.
...........................
ໃນວັນທີ 21 ຕຸລາ 2021 ຜ່ານມານີ້ທ່ານ ອາເມຊົງ ເຢຍເລັງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຢູ່ເມືອງໄຊຍະບູລີ
ເມືອງທົ່ງມີໄຊ ແຂວງໄຊຍະບູລີ ເລົ່າຄືນມູນເຊື້ອ 6 ວັນປະຫວັດສາດ ຂອງຊາດ, ຂອງພັກ
ໃນຕອນເຊົ້າຂອງວັນທີ 19 ຕຸລາ 2021 ທີ່ຫໍປະຊຸມໃຫຍ່ຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 6 ວັນປະຫວັດສາດຂອງຊາດຂອງພັກຂຶ້ນເຊັນ: ວັນປະກາດເອກະລາດ ຄົບຮອບ 76 ປີ (12 ຕຸລາ 1945), ວັນສ້າງຕັ້ງການທູດລາວ ຄົບຮອບ 76 ປີ (12.10.1945 -12.10.2021 ), ວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ (12 ຕຸລາ 1987-12 ຕຸລາ 2021), ວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 27 ປີ (7 ຕຸລາ 1994-7 ຕຸລາ 2021, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ 17 ຕຸລາ 1987 ແລະ 17-24 ຕຸລາ 2003 ແລະ ວັນຊາດ ສປ ຈີນ ຄົບຮອບ 72 ປີ ( 1.10.1949 – 1.10.2021, ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາ ໂດຍ ທ່ານ ສົມພອນ ໄຊດວງຕາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທົ່ງມີໄຊ
ແຂວງ ໄຊຍະບູລີ ເລົ່າຄືນມູນເຊື້ອ 6 ວັນປະຫວັດສາດຂອງຊາດຂອງພັກ
............................
ໃນຕອນເຊົ້າຂອງວັນທີ 11 ຕຸລາ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 6 ວັນປະຫວັດສາດຂອງຊາດຂອງພັກຂຶ້ນເຊັນ: ວັນປະກາດເອກະລາດ ຄົບຮອບ 76 ປີ (12 ຕຸລາ 1945), ວັນສ້າງຕັ້ງການທູດລາວ ຄົບຮອບ 76 ປີ (12.10.1945 -12.10.2021 ), ວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ (12 ຕຸລາ 1987-12 ຕຸລາ 2021), ວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 27 ປີ (7 ຕຸລາ 1994-7 ຕຸລາ 2021, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ 17 ຕຸລາ 1987 ແລະ 17-24 ຕຸລາ 2003 ແລະ ວັນຊາດ ສປ ຈີນ ຄົບຮອບ 72 ປີ ( 1.10.1949 – 1.10.2021, ໃຫ້ກຽດເລົ່າຄືນໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ,
##ຄະນະໂຄສະນາອບຮົມແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຮອບດ້ານຢູ່ 5 ເມືອງໃຕ້##
---------------
ວັນທີ 27-30 ກັນຍາ 2021 ຜ່ານມານີ້ ທ່ານ ອາເມ ຊົງເຍ້ຽເລັ່ງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ພ້ອມດ້ວຍທິມງານຂອງແຂວງ ລົງຕິດຕາມກວດກາ, ຊຸກຍູ້ວຽກງານຮອບດ້ານຢູ່ 5 ເມືອງ ຄື: ເມືອງບໍ່ແຕນ, ເມືອງແກ່ນທ້າວ, ເມືອງທົ່ງມີໄຊ, ເມືອງປາກລາຍ ແລະ ເມືອງພຽງ ຫົວໜ້າຄະນະໂຄສະນາອົບຮົມເມືອງຂອງບັນດາເມືອງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 9 ເດືອນຜ່ານມາ ເຊີ່ງຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນວຽກງານໂຄສະນາອົບຮົມການເມືອງ-ແນວຄິດ ນອກຈາກນັ້ນ ທິມງານຂອງແຂວງ ຍັງໄດ້ແລກປ່ຽນບົດຮຽນນໍາບັນດາເມືອງ
ຕອນທ້າຍ ທ່ານ ອາເມ ຊົງເຍ້ຽເລັ່ງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ພ້ອມທັງຮຽກຮ້ອງມາຍັງຄະນະພັກ, ສະມາຊິກພັກ ແລະ ພະນັກງານ ໃຫ້ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງແນວຄິດເປັນກົກ, ໂຄສະນາເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ມູນເຊື້ອ ຂອງຊາດ-ຂອງພັກ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ບຸກບືນຫ້າວຫັນຕໍ່ການນໍາພາ, ມີແນວຄິດຫຼັກໝັ້ນ, ມີສະຕິລະວັງຕົວ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຈໍາແນກມິດສັດຕູ; ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສິນທໍາປະຕິວັດ ໃຫ້ກາຍເປັນພະນັກງານດີເດັ່ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ, ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ວັນສໍາຄັນຂອງພັກ, ຂອງຊາດ, ເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດລົງສູ່ຮາກຖານ ພ້ອມທັງສຶກສາອົບຮົມຄວາມຮູ້ພື້ນຖານການເມືອງໃຫ້ເລຂາພັກບ້ານ, ນາຍບ້ານ, ສັງລວມເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ເພື່ອສະຫຼຸບລາຍງານໃຫ້ທັນກັບເວລາ.
ຂຽນໂດຍ: ພອນປະດິດ ກັນທະວົງ
##ຄະນະໂຄສະນາອບຮົມແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຮອບດ້ານຢູ່ 4 ເມືອງເໜືອ##
---------------
ໃນລະຫວ່າງ ວັນທີ 3 -6 ຕຸລາ 2021 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ລົງເຄື່ອນໄຫວ ວຽກງານວິຊາສະເພາະ ພ້ອມດ້ວຍທິມງານຂອງແຂວງ ຢູ່ 4 ເມືອງ ຄື:ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ນຳພາໂດຍ ທ່ານ ວິທະຍາ ດສລາທິບ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພິມງານ ຈຸດປະສົງໃນການລົງເຄື່ອນໄຫວເທືອນີ້ກໍແມ່ນແນ່ໃສ່ ເພື່ອປະຕິບັດຕາມແຜນດໍາເນີນງານປະຈໍາປີຂອງຄະນະໂຄສະນາອົບຮົມແຂວງ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາຄາໜາຍທີ່ບັນດາຄະນະໂຄສະນາອົບຮມົເມືອງໄດ້ກໍານົດໄວ້ໃນປີ2021 ພ້ອມທັງຍົກໃຫ້ເຫັນ ດ້ານຜົນສຳເລັດ, ດ້ານຂໍ້ຄົງຄ້າງໃນໄລຍະຜ່ານມາ ເປັນຕົ້ນວຽກງານໂຄສະນາອສຶກສາອົບຮົມການເມືອງບແນວຄິດໄລຍະໃໝ່, ຕິດຕາມກວດກາການຈັດຕັ້ງປະຕິບັດຂ້ຕົກລົງຂອງທ່ານເຈົ້າແຂວງເລກທີ 1098 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມເມືອງ ຕາມໂຄງປະກອບໃຫີມີ 3 ໜ່ວຍງານ ຄື: ໜ່ວຍງານບໍລິຫານການເງິນ-ຈັດຕັ້ງນະໂຍບາຍ, ໜ່ວຍງານໂຄສະນາ-ປາຖະກະຖາ, ໜ່ວຍງານອົບຮົມ ແລະ ສັງລວມຫາງສຽງສັງຄົມ ພ້ອມນັ້ນກໍໄດ້ເນັ້ນໝັກບາງວຽກງານປິ່ນອ້ອມຈໍານວນໜຶ່ງເພື່ອສຶບຕໍ່ຜັນຂະຫຍາຍແຜນການ 3 ເດືອນທ້າຍປີ2021ໃຫ້ມີຜົນສໍາເລັດຕາມຄາດໜາຍທີວາງໄວ້.
![]() | ມື້ນີ້ | 22 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 771 |
![]() | ເດືອນນີ້ | 3802 |
![]() | ທັງໝົດ | 151927 |
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌